ວິຫານ ເທື້ອງຖາຍເຊີນ ເຊິ່ງແມ່ນບ່ອນບູຊາລາຊະທິດາຂອງປະເທດລາວ.
(VOVWORLD) - ວິຫານ ເທື້ອງຖາຍເຊີນ ແມ່ນບ່ອນບູຊາລາຊະທິດາຂອງປະເທດລາວ ເຊິ່ງແມ່ນບຸດຍິງຂອງເຈົ້າຊີວິດແຫ່ງລາຊະອານາຈັກລ້ານຊ້າງ. ຕາມການເລົ່າຂານກັນມາວ່າ, ໃນສະໄໝເຈົ້າຊີວິດ ເລແທັ໊ງຕົງ (1460 -1491), ພະນາງໄດ້ຮັບການມອບໝາຍໜ້າທີ່ຈາກພະບິດາໃຫ້ນຳຝຸງຊ້າງມາຝຶກແອບໃຫ້ປະເທດ ດ້າຍຫວຽດ ໝາຍເຖິງປະເທດຫວຽດນາມ ໃນປັດຈຸບັນ. ເມື່ອຝຶກແອບ ແລະ ມອບຮັບຝຸງຊ້າງສຳເລັດ. ບົນເສັ້ນທາງກັບເມືອປະເທດພະນາງໄດ້ຖືກເຈັບໜັກ ແລະ ໄດ້ສະຫວັນນະຄົດ. ເພື່ອອາໄລຫາຄຸນງາມຄວາມດີຂອງລາຊະທິດາ ຂອງປະເທດລາວ, ເຈົ້າຊີວິດ ເລແທັ໊ງຕົງ ໄດ້ໃຫ້ພວກເສນາອາມາດທຳພິທີປົງສົບ ແລະ ໃຫ້ກໍ່ສ້າງສຸສານ,ພ້ອມທັງປຸກສ້າງວິຫານບູຊາລາຊະທິດາ ຢູ່ເມືອງ ຍໍກວານ ແຂວງ ນິງບິ່ງ.