ຄົ້ນຫາຄວາມງາມຂອງເວິນລອງ - ເຂດອະນຸລັກ ເຊິ່ງໄດ້ຮັບໃບຢັ້ງຢືນແມ່ນເຂດ ramsar ແຫ່ງທີ 9 ຂອງ ຫວຽດນາມ

Chia sẻ

(VOVWORLD) - ຕອນເຊົ້າວັນທີ 22 ພຶດສະພາ ກະຊວງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ ໄດ້ມອບໃບຢັ້ງຢືນເຂດ ramsar ແຫ່ງທີ 2.360 ຂອງໂລກ ແລະ ເຂດ ramsar ແຫ່ງທີ 9 ຂອງຫວຽດນາມ ໃຫ້ແກ່ເຂດອະນຸລັກທຳມະຊາດດິນນ້ຳຖ້ວມ ເວິນລອງ ໃນແຂວງ ນິງບິ່ງ.

ຄົ້ນຫາຄວາມງາມຂອງເວິນລອງ - ເຂດອະນຸລັກ ເຊິ່ງໄດ້ຮັບໃບຢັ້ງຢືນແມ່ນເຂດ ramsar ແຫ່ງທີ 9 ຂອງ ຫວຽດນາມ - ảnh 1
ພິທີມອບໃບຢັ້ງຢືນຖືກຈັດຂຶ້ນໃນວັນ ຊີວະນາໆພັນສາກົນ ເຊິ່ງໄດ້ເພີີ່ມຄວາມໝາຍໃຫ້ແກ່ການອະນຸລັກຮັກສາເຂດ ເວິນລອງ.
ຄົ້ນຫາຄວາມງາມຂອງເວິນລອງ - ເຂດອະນຸລັກ ເຊິ່ງໄດ້ຮັບໃບຢັ້ງຢືນແມ່ນເຂດ ramsar ແຫ່ງທີ 9 ຂອງ ຫວຽດນາມ - ảnh 2
ໂດຍນອນຢູ່ຫ່າງຈາກ ຮ່າໂນ້ຍ ປະມານ 80 ກິໂລແມັດ, ເວິນລອງ ແມ່ນເຂດອະນຸລັກທຳມະຊາດ ດິນນ້ຳຖ້ວມໃຫຍ່ກວ່າໝູ່ຢູ່ເຂດທົ່ງພຽງທາງພາກເໜືອ ຫວຽດນາມ ເຊິ່ງນອນຢູ່ໃນເມືອງ ຢາຫວຽນ ແຂວງ ນິງບິ່ງ.
ຄົ້ນຫາຄວາມງາມຂອງເວິນລອງ - ເຂດອະນຸລັກ ເຊິ່ງໄດ້ຮັບໃບຢັ້ງຢືນແມ່ນເຂດ ramsar ແຫ່ງທີ 9 ຂອງ ຫວຽດນາມ - ảnh 3
ເວິນລອງ ຖືກນຳເຂົ້າຮັບໄຊ້ແຂກທ່ອງທ່ຽວແຕ່ປີ 1998 ເປັນຕົ້ນມາ.
ຄົ້ນຫາຄວາມງາມຂອງເວິນລອງ - ເຂດອະນຸລັກ ເຊິ່ງໄດ້ຮັບໃບຢັ້ງຢືນແມ່ນເຂດ ramsar ແຫ່ງທີ 9 ຂອງ ຫວຽດນາມ - ảnh 4
ເຂດທ່ອງທ່ຽວທຳມະຊາດ ເວິນລອງ ມີເນື້ອທີ່ 2.734 ເຮັກຕາ ເຊິ່ງແມ່ນບ່ອນຍັງຮັກສາບັນດາຈຸດພິເສດ ຢ່າງຄົບຖ້ວນຂອງເຂດດິນນ້ຳຖ້ວມທຳມະຊາດ.
ຄົ້ນຫາຄວາມງາມຂອງເວິນລອງ - ເຂດອະນຸລັກ ເຊິ່ງໄດ້ຮັບໃບຢັ້ງຢືນແມ່ນເຂດ ramsar ແຫ່ງທີ 9 ຂອງ ຫວຽດນາມ - ảnh 5
ນີ້ແມ່ນແຫ່ງທີ່ບັນລຸສອງສະຖີຕິ ຂອງສູນປຶ້ມສະຖີຕິ ຫວຽດນາມ ປີ 2010, ນັ້ນແມ່ນແຫ່ງທີ່ມີຈຳນວນທະນີກົ້ນຂາວ ແລະ ແມ່ນແຫ່ງທີ່ມີທິວທັດທຳມະຊາດໃຫຍ່ກວ່າໝູ່.
ຄົ້ນຫາຄວາມງາມຂອງເວິນລອງ - ເຂດອະນຸລັກ ເຊິ່ງໄດ້ຮັບໃບຢັ້ງຢືນແມ່ນເຂດ ramsar ແຫ່ງທີ 9 ຂອງ ຫວຽດນາມ - ảnh 6
ເວິນລອງ ແມ່ນແຫ່ງທີ່ມີທັດຊະນີຍະພາບທີ່ງົດງາມ ໄດ້ຮັບການຂະໜານນາມວ່າ : “ອ່າວຮ້າລອງບໍ່ມີຄື້ນຟອງ” ດ້ວຍຈຳນວນຖ້ຳທີ່ງົດງາມເກືອບ 100 ແຫ່ງ.
ຄົ້ນຫາຄວາມງາມຂອງເວິນລອງ - ເຂດອະນຸລັກ ເຊິ່ງໄດ້ຮັບໃບຢັ້ງຢືນແມ່ນເຂດ ramsar ແຫ່ງທີ 9 ຂອງ ຫວຽດນາມ - ảnh 7
ນອກຈາກນັ້ນ, ຢູ່ເຂດນີ້,ມີລະບົບຊີວະພາບຫຼາຍຮູບຫຼາຍສີ. ນອກຈາກລະບົບຊີວະພາບດິນນ້ຳຖ້ວມ ແລະ ພູຫີນປູນແລ້ວ, ຢູ່ບ່ອນນີ້ຍັງຄົງຕົວບັນດາລະບົບຊີວະພາບພູຜາ, ດິນກະສິກຳ,
ຄົ້ນຫາຄວາມງາມຂອງເວິນລອງ - ເຂດອະນຸລັກ ເຊິ່ງໄດ້ຮັບໃບຢັ້ງຢືນແມ່ນເຂດ ramsar ແຫ່ງທີ 9 ຂອງ ຫວຽດນາມ - ảnh 8
ນີ້ກໍ່ແມ່ນແຫ່ງທີ່ເຕົ້າໂຮມພຶກສາຊາດຫຼາຍຊະນິດ ແລະ ແມ່ນບ່ອນເຕົ້າໂຮມຂອງປາ, ນົກຫຼາຍຊະນິດ.
ຄົ້ນຫາຄວາມງາມຂອງເວິນລອງ - ເຂດອະນຸລັກ ເຊິ່ງໄດ້ຮັບໃບຢັ້ງຢືນແມ່ນເຂດ ramsar ແຫ່ງທີ 9 ຂອງ ຫວຽດນາມ - ảnh 9
ປັດຈຸບັນ, ເຂດ ເວິນລອງ ໄດ້ຮັບການຕີລາຄາວ່າ ແມ່ນສະຖານທີ່ທ່ອງທ່ຽວທີ່ພົ້ນເດັ່ນ ແລະ ເປັນເອກະລັກ, ດຶງດູດແຂກທ່ອງທ່ຽວມາຈາກ ຝະລັ່ງ, ສ ເກົາຫຼີ, ຍີ່ປຸ່ນ… ແລະ ໄດ້ຮັບການເລືອກເຟັ້ນແມ່ນເຂດທ່ອງທ່ຽວໃຫຍ່ ໃນແຜນຜັງສັງລວມ ພັດທະນາການທ່ອງທ່ຽວຂອງແຂວງ ນິງບິງ.

ຕອບກັບ